JON_DOU
0 SUBSCRIPTIONS 0 FOLLOWERS
ໃນລະຫວ່າງວັນທີ14-17/11/2020ໄດ້ມີການຝຶກອົບຮົມໃຫ້ກັບນັກເດີນສຳຫລວດ ເຊີ່ງເປັນພະນັກງານລັດຖະກອນມາຈາກຫ້ອງການຕ່າງໆພາຍໃນເມືອງ ຈຳນວນ 52ທ່ານ,ໃນຊຸດຝຶກອົບຮົມໄດ້ມີທີມງານຄູຝຶກ ພ້ອມທີມງານຊ່ຽວຊານໄອທີ ຈາກກະຊວງກະສິກຳ ແລະ ປ່າໄມ້ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ແນະນຳການປະເມີນແລະເກັບກຳຂໍ້ມູນແຕ່ລະຄົວເຮືອນ ຕາມແບບຟອມ F1 ແລະໄດ້ແນະນຳການປ້ອນຂໍ້ມູນໃສ່ແທັບເລັດ
ນອກນັ້ນຍັງໄດ້ລົງເຮັດທົດລອງເກັບກຳຂໍ້ມູນຕົວຈິງຢູ່ບ້ານວຽງຄຳ ເມືອງຫລາ ແລະໄດ້ມີການຖອດຖອນບົດຮຽນກັນ ຫລັງຈາກນັ້ນ ໄດ້ຈັດແບ່ງທີມນັກເດີນສຳຫລວດ ອອກເປັນ7ທີມ ແຕ່ລະທີມ ມີນັກເດີນສຳຫລວດປະມານ6-9ທ່ານ
ນັບຕັ້ງແຕ່ວັນທີ18/11/2020ເປັນຕົ້ນມານັກເດີນສຳຫລວດເກັບກຳຂໍ້ມູນໄດ້ລົງເກັບກຳຂໍ້ມູນຢູ່ແຕ່ລະຄອບຄົວໃນແຕ່ລະບ້ານພາຍໃນຄວາມຮັບຜິດຊອບຂອງຕົນເອງທົ່ວເມືອງຫລາ ແລະ ໄດ້ສຳເລັດລົງທ້າຍເດືອນພະຈິກ 2020ນີ້
ຫລັງຈາກໄດ້ຂໍ້ມູນແຕ່ລະຄອບຄົວແລ້ວ ໂຄງການ ລພຊ ຈະໄດ້ຖືເອົາຂໍ້ມູນດັ່ງກ່າວເປັນຫລັກໃນການຄັດເລືອກແລະ ກຳນົດກຸ່ມເປົ້າຫມາຍ ທີ່ຈະໄດ້ຮັບສິດໃນການສະຫນອງເງີນອຸດຫນູນຂອງໂຄງການ ໂດຍສະເພາະແມ່ນແນໃສ່ ກຸ່ມແມ່ຍິງຖືພາ ແລະ ເດັກນ້ອຍລຸ່ມ2ປີ ທີ່ເປັນຄອບຄົວທຸກຍາກພາຍໃນບ້ານເພື່ອໃຫ້ສາມາດມີສິດໃນການຮັບເງີນອຸດຫນູນຂອງໂຄງການ ລພຊ ເພື່ອຊ່ວຍສະຫນັບສະຫນູນດ້ານໂພຊະນາການ ແລະ ສົ່ງເສີມການເຂົ້າເຖີງການບໍລິການທາງດ້ານສາທາລະນະສຸກຕ່າງໆ ໃຫ້ຫລຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ